ແມ່ຫຍັງຄືຄຳແນະນໍາໃນ Facebook?
ສຳເນົາລິ້ງ
ພວກເຮົາໃຫ້ຄຳແນະນໍາທີ່ປັບໃຫ້ແທດເໝາະກັບສ່ວນຕົວແກ່ຄົນທີ່ນໍາໃຊ້ການບໍລິການຂອງພວກເຮົາ ເພື່ອຊ່ວຍໃຫ້ພວກເຂົາຄົ້ນຫາຊຸມຊົນ ແລະ ເນື້ອຫາໃໝ່. ທັງ Facebook ແລະ Instagram ອາດແນະນໍາເນື້ອຫາ, ບັນຊີ ແລະ ອົງປະກອບບັນຊີ (ເຊັ່ນ: ເພຈ, ກຸ່ມ ຫຼື ງານກິດຈະກຳ) ທີ່ຄົນຍັງບໍ່ທັນຕິດຕາມ. ປະສົບການຄຳແນະນໍາບາງຢ່າງຂອງພວກເຮົາລວມເຖິງເພຈທີ່ທ່ານອາດຖືກໃຈ, ໂພສ “ແນະນໍາສຳລັບທ່ານ” ໃນຟີດ, ຄົນທີ່ທ່ານອາດຮູ້ຈັກ ຫຼື ກຸ່ມທີ່ທ່ານຄວນເຂົ້າຮ່ວມ. ອົງປະກອບບັນຊີບາງຢ່າງອາດມີຂໍ້ຈຳກັດ ຫຼື ບໍ່ອະນຸຍາດໃຫ້ເຂົ້າເຖິງຄຸນສົມບັດທີ່ສົ່ງເສີມການມີສ່ວນຮ່ວມ ແລະ ອາດບໍ່ແນະນໍາຢ່າງກວ້າງຂວາງໃນ Facebook ສໍ່າກັບອົງປະກອບບັນຊີອື່ນ.
ເປົ້າໝາຍຂອງພວກເຮົາແມ່ນການໃຫ້ຄໍາແນະນໍາທີ່ກ່ຽວຂ້ອງ ແລະ ມີຄຸນຄ່າສໍາລັບແຕ່ລະຄົນທີ່ເຫັນພວກມັນ. ພວກເຮົາເຮັດວຽກສູ່ເປົ້າໝາຍຂອງພວກເຮົາໂດຍການປັບແຕ່ງຄໍາແນະນໍາໃຫ້ແທດເໝາະກັບສ່ວນຕົວ, ເຊິ່ງໝາຍຄວາມເຖິງການເຮັດໃຫ້ຄໍາແນະນຳເປັນເອກະລັກສໍາລັບແຕ່ລະຄົນ. ຕົວຢ່າງ: ຖ້າທ່ານ ແລະ ອີກຄົນໜຶ່ງມີໝູ່ຮ່ວມກັນໃນ Facebook, ພວກເຮົາອາດແນະນໍາວ່າໝູ່ຄົນນັ້ນອາດເປັນໝູ່ໃໝ່ສຳລັບທ່ານ.
ແມ່ນຫຍັງຄືມາດຕະຖານພື້ນຖານທີ່ເຮັດໃຫ້ Facebook ຮັກສາຄຳແນະນໍາຂອງຕົນ?
ຢູ່ທີ່ Facebook, ພວກເຮົາມີແນວທາງກ່ຽວກັບວ່າພວກເຮົາຈະແນະນໍາເນື້ອຫາຫຍັງໃຫ້ຜູ້ຄົນ. ແນວທາງເຫຼົ່ານີ້ເໝາະສົມກັບຍຸດທະສາດທີ່ພວກເຮົານໍາໃຊ້ເພື່ອຈັດການເນື້ອຫາທີ່ເປັນບັນຫາໃນ Facebook ຕັ້ງແຕ່ 2016, ເຊິ່ງເອີ້ນວ່າ “ລຶບອອກ, ຫຼຸດລົງ ແລະ ແຈ້ງການ.” ຍຸດທະສາດນີ້ກ່ຽວພັນກັບການລຶບເນື້ອຫາທີ່ລະເມີດມາດຕະຖານຊຸມຊົນຂອງພວກເຮົາ, ການຫຼຸດຄວາມແຜ່ຫຼາຍຂອງເນື້ອຫາທີ່ເປັນບັນຫາທີ່ບໍ່ໄດ້ລະເມີດມາດຕະຖານຂອງພວກເຮົາ ແລະ ການແຈ້ງໃຫ້ຄົນຮັບຊາບກ່ຽວກັບຂໍ້ມູນເພີ່ມເຕີມ ເພື່ອວ່າພວກເຮົາຈະສາມາດເລືອກວ່າຈະຄລິກ, ອ່ານ ຫຼື ແບ່ງປັນຫຍັງ. ໃນຫຼາຍຄັ້ງ, ການສົນທະນາກ່ຽວກັບວຽກງານ “ການຫຼຸດລົງ” ຂອງພວກເຮົາໃນ Facebook ແມ່ນເນັ້ນໜັກທີ່ຟີດ ແລະ ວິທີການທີ່ພວກເຮົາຈັດອັນດັບໂພສພາຍໃນຟີດ. ເຖິງຢ່າງໃດກໍ່ຕາມ, ແນວທາງຄຳແນະນໍາຂອງພວກເຮົາແມ່ນອີກໜຶ່ງເຄື່ອງມືທີ່ສຳຄັນທີ່ພວກເຮົານໍາໃຊ້ເພື່ອຫຼຸດຄວາມແຜ່ຫຼາຍຂອງເນື້ອຫາທີ່ເປັນບັນຫາໃນແພຼດຟອມຂອງພວກເຮົາ.
ຜ່ານແນວທາງຄຳແນະນໍາຂອງພວກເຮົາ, ພວກເຮົາເຮັດວຽກເພື່ອຫຼີກເວັ້ນການໃຫ້ຄໍາແນະນໍາທີ່ສາມາດມີຄຸນະພາບຕ່ໍາ, ສາມາດຄັດຄ້ານໄດ້ ຫຼື ອ່ອນໄຫວເປັນຢ່າງຍິ່ງ ແລະ ພວກເຮົາຍັງຫຼີກເວັ້ນການໃຫ້ຄຳແນະນໍາທີ່ອາດບໍ່ເໝາະສົມສໍາລັບຜູ້ຊົມທີ່ມີອາຍຸນ້ອຍກວ່າ. ແນວທາງຄຳແນະນໍາຂອງພວກເຮົາແມ່ນຖືກອອກແບບມາເພື່ອຮັກສາມາດຕະຖານທີ່ສູງກວ່າມາດຕະຖານຊຸມຊົນຂອງພວກເຮົາ, ເພາະເນື້ອຫາ ແລະ ຄົນຮູ້ຈັກທີ່ແນະນໍາແມ່ນມາຈາກບັນຊີ ຫຼື ອົງປະກອບບັນຊີທີ່ທ່ານບໍ່ໄດ້ເລືອກຕິດຕາມ. ສະນັ້ນ, ບໍ່ແມ່ນເນື້ອຫາທັງໝົດທີ່ອະນຸຍາດໃນແພຼດຟອມຂອງພວກເຮົາຈະເຂົ້າເງື່ອນໄຂສຳລັບຄຳແນະນໍາ.
ໃນການພັດທະນາແນວທາງເຫຼົ່ານີ້, ພວກເຮົາພະຍາຍາມຊອກຫາຂໍ້ມູນຈາກຜູ້ຊ່ຽວຊານອັນດັບຕົ້ນໆ 50 ຄົນທີ່ຊຳນານໃນລະບົບຕົວແນະນໍາ, ການສະແດງອອກ, ຄວາມປອດໄພ ແລະ ສິດໃນດິຈິຕອນ. ການໃຫ້ຄຳປຶກສາເຫຼົ່ານັ້ນເປັນສ່ວນໜຶ່ງໃນຄວາມພະຍາຍາມຢ່າງຕໍ່ເນື່ອງຂອງພວກເຮົາໃນການປັບປຸງແນວທາງເຫຼົ່ານີ້ ແລະ ເຮັດໃຫ້ຄົນໄດ້ມີປະສົບການທີ່ປອດໄພ ແລະ ດີ ເມື່ອພວກເຮົາໄດ້ຮັບຄຳແນະນໍາໃນແພຼດຟອມຂອງພວກເຮົາ.
ພວກເຮົາຕ້ອງການເຮັດໃຫ້ທ່ານໄດ້ຮັບຂໍ້ມູນເພີ່ມເຕີມກ່ຽວກັບປະເພດຂອງເນື້ອຫາ, ບັນຊີ ແລະ ອົງປະກອບບັນຊີທີ່ພວກເຮົາພະຍາຍາມຫຼີກລ່ຽງຈາກການແນະນໍາ, ທັງເພື່ອຮັກສາໃຫ້ຊຸມຊົນຂອງພວກເຮົາຮັບຊາບຫຼາຍຂຶ້ນ ແລະ ເພື່ອໃຫ້ແນວທາງແກ່ຜູ້ສ້າງເນື້ອຫາກ່ຽວກັບຄຳແນະນໍາ.
ຄຳແນະນຳເນື້ອຫາ
ມີເນື້ອຫາຫ້າປະເພດທີ່ໄດ້ຮັບອະນຸຍາດໃຫ້ຢູ່ໃນແພຼດຟອມຂອງພວກເຮົາ, ແຕ່ວ່າອາດຈະບໍ່ມີສິດໄດ້ຮັບຄຳແນະນໍາ. ປະເພດເຫຼົ່ານີ້ແມ່ນໄດ້ລະບຸໄວ້ຂ້າງລຸ່ມນີ້ ເຊັ່ນດຽວກັບຕົວຢ່າງເນື້ອຫາບາງຢ່າງທີ່ອະທິພາບພາຍໃນແຕ່ລະປະເພດ.
ເນື້ອຫາທີ່ເປັນອຸປະສັກຕໍ່ຄວາມສາມາດຂອງພວກເຮົາໃນການສົ່ງເສີມຊຸມຊົນທີ່ປອດໄພເຊັ່ນ:
- ເນື້ອຫາທີ່ເວົ້າເຖິງການທຳຮ້າຍຕົນເອງ, ການຂ້າຕົວຕາຍ ຫຼື ຄວາມຜິດປົກກະຕິໃນການກິນອາຫານ, ລວມເຖິງເນື້ອຫາທີ່ພັນລະນາ ຫຼື ກ່າວເຖິງປະເດັນກ່ຽວກັບການຕາຍ ຫຼື ພາວະຊຶມເສົ້າ. (ພວກເຮົາລຶບເນື້ອຫາທີ່ ສົ່ງເສີມການຂ້າຕົວຕາຍ ຫຼື ການທຳຮ້າຍຕົນເອງ ຫຼື ຮູບພາບໃດໜຶ່ງທີ່ຈະແຈ້ງ.)
- ເນື້ອຫາທີ່ອາດຈະພັນລະນາເຖິງການໃຊ້ຄວາມຮຸນແຮງເຊັ່ນ: ຄົນຕໍ່ສູ້ກັນ. (ພວກເຮົາລຶບເນື້ອຫາ ທີ່ມີຄວາມຮຸນແຮງຢ່າງຈະແຈ້ງ.)
- ເນື້ອຫາທີ່ອາດຈະມີລັກສະນະທາງເພດຢ່າງຈະແຈ້ງ ຫຼື ເປັນການແນະນຳທາງເພດເຊັ່ນ: ຮູບພາບຂອງຄົນທີ່ສວມໃສ່ເຄື່ອງນຸ່ງບາງ. (ພວກເຮົາຈະລຶບເນື້ອຫາທີ່ມີ ການໂປ້ເປືອຍຂອງຜູ້ໃຫຍ່ ຫຼື ກິດຈະກໍາທາງເພດ.)
- ເນື້ອຫາທີ່ສົ່ງເສີມການນຳໃຊ້ຜະລິດຕະພັນໃດໜຶ່ງທີ່ມີການຄວບຄຸມເຊັ່ນ: ຢາສູບ ຫຼື ຜະລິດຕະພັນຢາສູບໄຟຟ້າ, ຜະລິດຕະພັນ ແລະ ການບໍລິການສຳລັບຜູ້ໃຫຍ່ ຫຼື ຢາ. (ພວກເຮົາຈະລຶບເນື້ອຫາທີ່ພະຍາຍາມທີ່ ຂາຍ ຫຼື ແລກປ່ຽນສິນຄ້າສ່ວນໃຫຍ່ທີ່ມີການຄວບຄຸມ.)
- ເນື້ອຫາທີ່ແບ່ງປັນໂດຍບັນຊີ ຫຼື ອົງປະກອບບັນຊີທີ່ບໍ່ແນະນໍາ (ເຊັ່ນ: ກຸ່ມ ຫຼື ເພຈ ຕາມທີ່ອະທິບາຍຂ້າງລຸ່ມ).
ເນື້ອຫາທີ່ລະອຽດອ່ອນ ຫຼື ມີຄຸນະພາບຕໍ່າກ່ຽວກັບສຸຂະພາບ ຫຼື ການເງິນເຊັ່ນ:
- ເນື້ອຫາທີ່ສົ່ງເສີມ ຫຼື ພັນລະນາຂັ້ນຕອນດ້ານຄວາມງາມ.
- ເນື້ອຫາທີ່ມີການກ່າວອ້າງກ່ຽວກັບສຸຂະພາບເກີນຄວາມຈິງເຊັ່ນ: "ການປິ່ນປົວທີ່ອັດສະຈັນ".
- ເນື້ອຫາທີ່ພະຍາຍາມຂາຍຜະລິດຕະພັນ ຫຼື ການບໍລິການໂດຍອີງໃສ່ການກ່າວອ້າງທີ່ກ່ຽວຂ້ອງກັບສຸຂະພາບເຊັ່ນ: ການສົ່ງເສີມຢາບຳລຸງເສີມເພື່ອຊ່ວຍຄົນຫຼຸດນໍ້າໜັກ.
- ເນື້ອຫາທີ່ສົ່ງເສີມຮູບແບບທຸລະກິດທີ່ເຮັດໃຫ້ເຂົ້າໃຈຜິດ ຫຼື ຫຼອກລວງເຊັ່ນ: ສິນເຊື່ອເງິນດ່ວນ ຫຼື ການລົງທຶນທີ່ “ບໍ່ມີຄວາມສ່ຽງ”.
ເນື້ອຫາທີ່ຜູ້ໃຊ້ທົ່ວໄປແຈ້ງໃຫ້ພວກເຮົາຮັບຊາບວ່າພວກເຂົາບໍ່ມັກເຊັ່ນ:
- ເນື້ອຫາທີ່ລວມມີການຕົວະໃຫ້ຄລິກ.
- ເນື້ອຫາທີ່ລວມມີການຕົວະໃຫ້ມີສ່ວນຮ່ວມ.
- ເນື້ອຫາທີ່ສົ່ງເສີມການແຂ່ງຂັນ ຫຼື ການໃຫ້ລາງວັນ.
- ເນື້ອຫາທີ່ລວມມີລິ້ງໄປຫາເພຈປາຍທາງ ຫຼື ໂດເມນທີ່ມີຄຸນະພາບຕໍ່າ ຫຼື ຫຼອກລວງເຊັ່ນ: ເພຈປາຍທາງທີ່ເຕັມໄປດ້ວຍໂຄສະນາແບບຄລິກ ຫຼື ໂຄສະນາທີ່ມຸ່ງຮ້າຍ.
ເນື້ອຫາທີ່ກ່ຽວຂ້ອງກັບການຈັດພິມທີ່ມີຄຸນະພາບຕໍ່າເຊັ່ນ:
- ເນື້ອຫາທີ່ບໍ່ເປັນຕົ້ນສະບັບເຊິ່ງນຳໃຊ້ຊ້ຳຈາກແຫຼ່ງຂໍ້ມູນອື່ນໆ ໂດຍບໍ່ມີການເພີ່ມມູນຄ່າທາງທີ່ສຳຄັນ.
- ເນື້ອຫາຈາກເວັບໄຊທີ່ມີຈຳນວນຄລິກທີ່ບໍ່ສົມສັດສ່ວນຈາກ Facebook ທຽບໃສ່ສະຖານທີ່ອື່ນໃນເວັບໄຊທ໌.
- ເນື້ອຫາຂ່າວທີ່ບໍ່ມີຂໍ້ມູນໂປ່ງໃສກ່ຽວກັບຜູ້ຂຽນ ຫຼື ພະນັກງານບັນນາທິການຂອງຜູ້ຈັດພິມ.
ເນື້ອຫາເທັດ ຫຼື ເຮັດໃຫ້ເຂົ້າໃຈຜິດເຊັ່ນ:
- ເນື້ອຫາລວມທັງການກ່າວອ້າງທີ່ຖືກພົບເຫັນວ່າບໍ່ຖືກຕ້ອງໂດຍຜູ້ກວດສອບຄວາມຈິງອິດສະຫຼະ. (ພວກເຮົາຈະລຶບຂໍ້ມູນເທັດ ທີ່ສາມາດເຮັດໃຫ້ເກີດຄວາມເສຍຫາຍຕໍ່ຮ່າງກາຍ ຫຼື ປາບປາມການລົງຄະແນນສຽງ.)
- ຂໍ້ມູນເທັດກ່ຽວກັບວັກຊີນທີ່ຖືກຫັກລ້າງຢ່າງກວ້າງຂວາງໂດຍອົງການສຸຂະພາບຊັ້ນນໍາຂອງໂລກ.
- ເນື້ອຫາທີ່ສົ່ງເສີມການນໍາໃຊ້ເອກະສານສໍ້ໂກງເຊັ່ນ: ຄົນແບ່ງປັນໂພສກ່ຽວກັບການໃຊ້ ID ປອມ. (ພວກເຮົາຈະລຶບເນື້ອຫາທີ່ພະຍາຍາມຂາຍເອກະສານສໍ້ໂກງ ເຊັ່ນ: ໃບສັ່ງແພດ).
ດັ່ງທີ່ໄດ້ອະທິບາຍຂ້າງເທິງ, ພວກເຮົາຈະດຳເນີນການເພີ່ມເຕີມເພື່ອຫຼີກລ່ຽງຈາກການແນະນໍາເນື້ອຫາທີ່ອ່ອນໄຫວປະເພດໃດໜຶ່ງສຳລັບຜູ້ເຍົາໃນ Facebook. ຕົວຢ່າງ: ພວກເຮົາພະຍາຍາມສ້າງລະບົບຂອງພວກເຮົາບໍ່ໃຫ້ແນະນໍາເນື້ອຫາທີ່ສົ່ງເສີມການຂາຍ ຫຼື ການນໍາໃຊ້ເຫຼົ້າແກ່ຜູ້ໃຊ້ທີ່ເປັນຜູ້ເຍົາ.
ຄຳແນະນໍາບັນຊີ ແລະ ອົງປະກອບບັນຊີ
ພວກເຮົາຍັງພະຍາຍາມບໍ່ແນະນໍາບັນຊີ (ລວມເຖິງໂປຣໄຟລ໌ ແລະ ແອດມິນເພຈ) ຫຼື ອົງປະກອບບັນຊີ (ເຊັ່ນ: ເພຈ, ກຸ່ມ ຫຼື ງານກິດຈະກຳ) ທີ່:
- ລະເມີດມາດຕະຖານຊຸມຊົນຂອງ Facebook ເມື່ອບໍ່ດົນມານີ້. ເຊິ່ງບໍ່ລວມເຖິງບັນຊີ ຫຼື ອົງປະກອບບັນຊີທີ່ພວກເຮົາຈະລຶບອອກຈາກແພຼດຟອມຂອງພວກເຮົາຍ້ອນລະເມີດມາດຕະຖານຊຸມຊົນຂອງ Facebook.
- ເນື້ອຫາທີ່ແບ່ງປັນຊໍ້າໆ ແລະ/ຫຼື ເມື່ອບໍ່ດົນມານີ້ (ລວມເຖິງຊື່ ຫຼື ຮູບໜ້າປົກທີ່ກ່ຽວຂ້ອງກັບກຸ່ມ ຫຼື ເພຈ) ທີ່ພວກເຮົາພະຍາຍາມບໍ່ແນະນໍາໃນປະເພດທີ່ອະທິບາຍໄວ້ໃນພາກສ່ວນຄຳແນະນໍາເນື້ອຫາຢູ່ຂ້າງເທິງ.
- ຂໍ້ມູນເທັດກ່ຽວກັບວັກຊີນທີ່ໂພສຊໍ້າໆທີ່ຖືກຫັກລ້າງຢ່າງກວ້າງຂວາງໂດຍອົງການສຸຂະພາບຊັ້ນນໍາຂອງໂລກ.
- ມີສ່ວນຮ່ວມຊ້ຳໆໃນການປະຕິບັດເຮັດໃຫ້ເຂົ້າໃຈຜິດເພື່ອສ້າງການຕິດຕາມເຊັ່ນ: ການຊື້ 'ການຖືກໃຈ'.
- ຖືກຫ້າມບໍ່ໃຫ້ສະແດງການໂຄສະນາໃນແພຼດຟອມຂອງພວກເຮົາ.
- ຂໍ້ມູນເທັດທີ່ໂພສຫຼ້າສຸດ ແລະ ຊໍ້າໆ ຕາມການກຳນົດໂດຍຜູ້ກວດສອບຄວາມຈິງຂອງພາກສ່ວນທີສາມທີ່ເປັນອິດສະຫຼະ ຫຼື ອົງການຊ່ຽວຊານສະເພາະ.
- ກ່ຽວຂ້ອງກັບການເຄື່ອນໄຫວແບບອອບລາຍ ຫຼື ອົງການທີ່ຕິດພັນກັບການໃຊ້ຄວາມຮຸນແຮງ.
ພວກເຮົາອາດແຈ້ງໃຫ້ຄົນຮັບຊາບ ເມື່ອພວກເຂົາກຳລັງຈະມີສ່ວນຮ່ວມກັບອົງປະກອບບັນຊີທີ່ເຂົ້າເກນເງື່ອນໄຂຂ້າງເທິງ ເພື່ອຊ່ວຍໃຫ້ພວກເຂົາຕັດສິນໃຈໂດຍມີຂໍ້ມູນລ່ວງໜ້າ.
ຊຸດແນວທາງທີ່ຄ້າຍຄືກັນເຫຼົ່ານີ້ແມ່ນມີຜົນນໍາໃຊ້ກັບຄຳແນະນໍາໃນ Instagram. ແນວທາງເຫຼົ່ານັ້ນສາມາດພົບເຫັນໄດ້ໃນສູນຊ່ວຍເຫຼືອຂອງ Instagram.
Related Articles
Related Articles
Other ways to get help
Chat with Meta AI support assistant
Resolve issues, make changes and get support in real time
