ການລະເມີດຄວາມເປັນສ່ວນຕົວ
ລາຍລະອຽດນະໂຍບາຍ
ປ່ຽນບັນທຶກ
ມື້ນີ້
1 ພຶດສະພາ 2026
3 ຕ.ລ. 2024
27 ມິຖຸນາ 2024
30 ມິຖຸນາ 2023
24 ກ.ພ. 2023
30 ກ.ຍ. 2022
25 ກ.ພ. 2022
25 ພ.ຈ. 2021
1 ຕ.ລ. 2021
19 ພ.ຈ. 2020
1 ທ.ວ. 2018
30 ມິຖຸນາ 2018
ເຫດຜົນດ້ານນະໂຍບາຍ
ບໍລິການຂອງພວກເຮົາມີຈຸດປະສົງເພື່ອປົກປ້ອງຄວາມເປັນສ່ວນຕົວ ແລະ ຂໍ້ມູນສ່ວນຕົວຂອງຜູ້ໃຊ້ຂອງເຮົາ. ພວກເຮົາເຮັດວຽກກັນຢ່າງໜັກເພື່ອປົກປ້ອງຕົວຕົນ ແລະ ຂໍ້ມູນຂອງທ່ານ ແລະ ພວກເຮົາບໍ່ອະນຸຍາດໃຫ້ບຸກຄົນໂພສຂໍ້ມູນສ່ວນຕົວ ຫຼື ຂໍ້ມູນທີ່ເປັນຄວາມລັບປະເພດໃດໜຶ່ງກ່ຽວກັບເຂົາເຈົ້າເອງ ຫຼື ຄົນອື່ນ. ນອກຈາກນັ້ນ, ພວກເຮົາຍັງຈັດກຽມວິທີການລາຍງານຮູບທີ່ຄົນເຊື່ອວ່າລະເມີດສິດຄວາມເປັນສ່ວນຕົວໃຫ້ກັບຜູ້ຄົນນຳ.
ພວກເຮົາຈະລຶບເນື້ອຫາທີ່ແບ່ງປັນ, ສະເໜີ ຫຼື ຮ້ອງຂໍຂໍ້ມູນສ່ວນຕົວທີ່ສາມາດລະບຸຕົວຕົນໄດ້ ຫຼື ຂໍ້ມູນສ່ວນຕົວອື່ນໆທີ່ອາດນຳໄປສູ່ອັນຕະລາຍທາງກາຍຍະພາບ ຫຼື ທາງການເງິນ, ລວມທັງ ຂໍ້ມູນທາງການເງິນ, ທີ່ຢູ່ອາໄສ ແລະ ທາງການແພດ, ຕະຫຼອດຮອດຂໍ້ມູນສ່ວນຕົວທີ່ໄດ້ຮັບຈາກແຫຼ່ງທີ່ຜິດກົດໝາຍ. ພວກເຮົາຮັບຮູ້ວ່າ ຂໍ້ມູນສ່ວນຕົວອາດເປີດເຜີຍຕໍ່ສາທາລະນະຜ່ານການລາຍງານຂ່າວ, ການຍື່ນຟ້ອງໃນສານ, ຂ່າວປະຊາສຳພັນ ຫຼື ແຫຼ່ງອື່ນໆ. ເມື່ອສິ່ງນັ້ນເກີດຂຶ້ນ, ພວກເຮົາອາດອະນຸຍາດໃຫ້ໂພສຂໍ້ມູນໄດ້.
ພວກເຮົາມີຂໍ້ຈໍາກັດເພີ່ມເຕີມສໍາລັບເນື້ອຫາທີ່ຈ່າຍ. ເຖິງວ່າພວກເຮົາຈະອະນຸຍາດໃຫ້ໂຄສະນາທີ່ສະໜອງປະສົບການທີ່ດີໃຫ້ຜູ້ໃຊ້ ໂດຍການເອົາໃຈໃສ່ລາຍລະອຽດຜະລິດຕະພັນ ຫຼື ບໍລິການ, ພວກເຮົາລຶບໂຄສະນາທີ່ເປີດເຜີຍຄວາມລຳບາກສ່ວນຕົວຂອງຜູ້ໃຊ້, ມີທ່າອ່ຽງທີ່ຈະມີການອະທິບາຍລັກສະນະກ່ຽວກັບເຂົາເຈົ້າໃນທາງລົບ ຫຼື ບໍ່ຖືກຕ້ອງ, ຫຼື ການຮັບຮູ້ໃນໂຕກ່ຽວກັບຂໍ້ມູນສ່ວນຕົວທີ່ລະອຽດອ່ອນ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບເນື້ອຫາທີ່ຈ່າຍ, ກະລຸນາເບິ່ງມາດຕະຖານການໂຄສະນາຂອງພວກເຮົາ ການລະເມີດຄວາມເປັນສ່ວນຕົວ ແລະ ຄຸນລັກສະນະສ່ວນບຸກຄົນ .
ພວກເຮົາບໍ່ອະນຸຍາດ:
ເນື້ອຫາທີ່ແບ່ງປັນ ຫຼື ຖາມຫາຂໍ້ມູນສ່ວນຕົວ, ບໍ່ວ່າຈະຢູ່ບໍລິການຂອງພວກເຮົາ ຫຼື ຜ່ານລິ້ງພາຍນອກ ດັ່ງຕໍ່ໄປນີ້:
ຂໍ້ມູນທີ່ສາມາດລະບຸຕົວຕົນສ່ວນບຸກຄົນໄດ້ (PII)
- ເນື້ອໃນການແບ່ງປັນຂໍ້ມູນທີ່ສາມາດລະບຸຕົວຕົນສ່ວນບຸກຄົນໄດ້ (ຂໍ້ມູນທີ່ລະບຸຕົວຕົນສະເພາະບຸກຄົນ) ຂອງໂພສເຕີ ຫຼື ອື່ນໆ. ສິ່ງນີ້ປະກອບມີ:
- ໝາຍເລກປະຈຳຕົວແຫ່ງຊາດ ເຊັ່ນ: ໝາຍເລກປະກັນສັງຄົມ (SSN), ໝາຍເລກໜັງສືຜ່ານແດນ ຫຼື ໝາຍເລກປະຈຳຕົວຜູ້ເສຍພາສີ (ITIN).
- ບັດປະຈຳຕົວທີ່ລັດຖະບານອອກໃຫ້ຂອງຜູ້ບັງຄັບໃຊ້ກົດໝາຍ, ທະຫານ ຫຼື ເຈົ້າໜ້າທີ່ຮັກສາຄວາມປອດໄພ.
- ບັນທຶກ ຫຼື ເອກະສານທາງລັດຖະການຂອງຂໍ້ມູນການຂຶ້ນທະບຽນພົນລະເມືອງ ເຊັ່ນ: ເອກະສານ ການແຕ່ງດອງ, ການເກີດ, ການຕາຍ, ການປ່ຽນຊື່ ຫຼື ການຮັບຮູ້ເພດ
- ເອກະສານສະຖານະຄົນເຂົ້າເມືອງ ແລະ ບ່ອນເຮັດວຽກ ເຊັ່ນ: ບັດຂຽວ, ໃບອະນຸຍາດເຮັດວຽກ ຫຼື ວີຊາ
- ເນື້ອຫາທີ່ຖາມຫາຂໍ້ມູນທີ່ສາມາດລະບຸຕົວຕົນສ່ວນບຸກຄົນໄດ້ຂອງຄົນອື່ນ
ຂໍ້ມູນຕິດຕໍ່ສ່ວນບຸກຄົນ
- ການແບ່ງປັນເນື້ອຫາຂໍ້ມູນຕິດຕໍ່ສ່ວນບຸກຄົນຂອງຜູ້ອື່ນ, ຍົກເວັ້ນກໍລະນີທີ່ບຸກຄົນເປີດເຜີຍຕໍ່ສາທາລະນະດ້ວຍຕົນເອງ ຫຼື ເມື່ອມີການແບ່ງປັນ ຫຼື ລະດົມທຶນເພື່ອສົ່ງເສີມການກຸສົນ, ອຳນວຍຄວາມສະດວກໃຫ້ແກ່ການຊອກຫາຄົນ, ສັດທີ່ສູນຫາຍ ຫຼື ເຈົ້າຂອງເຄື່ອງທີ່ສູນຫາຍ ຫຼື ຕິດຕໍ່ທຸລະກິດ ຫຼື ຜູ້ໃຫ້ບໍລິການ (ເວັ້ນເສຍແຕ່ກໍລະນີທີ່ເຫັນວ່າ ຂໍ້ມູນຕິດຕໍ່ສ່ວນບຸກຄົນນັ້ນຖືກແບ່ງປັນໂດຍບໍ່ໄດ້ຮັບການຍິນຍອມຈາກບຸກຄົນ).
ຂໍ້ມູນຜູ້ຢູ່ອາໄສ
ການແບ່ງປັນເນື້ອຫາຂໍ້ມູນທີ່ເຮັດໃຫ້ສະຖານທີ່ຢູ່ອາໄສຢ່າງສົມເຫດສົມຜົນໄດ້ຮັບການລະບຸຕົວຕົນໄດ້ ເຊັ່ນ:
- ເນື້ອຫາທີ່ແບ່ງປັນທີ່ຢູ່ອາໄສສ່ວນຕົວຂອງຄົນອື່ນ, ລວມທັງ ຊື່ອາຄານ ຫຼື PIN ໃນແຜນທີ່ລະບຸທີ່ຢູ່ (ເຖິງແມ່ນວ່າຂໍ້ມູນຢູ່ໃນການເຊື່ອມຕໍ່ນອກເວທີ), ຍົກເວັ້ນໃນສະພາບການດັ່ງຕໍ່ໄປນີ້:
- ເມື່ອແບ່ງປັນເພື່ອສົ່ງເສີມສາເຫດການກຸສົນ, ອໍານວຍຄວາມສະດວກໃນການຄົ້ນຫາຜູ້ສູນຫາຍ, ສັດ ຫຼື ເຈົ້າຂອງວັດຖຸທີ່ສູນຫາຍ ຫຼື ຕິດຕໍ່ທຸລະກິດ ຫຼື ຜູ້ໃຫ້ບໍລິການ
- ເມື່ອທີ່ຢູ່ອາໄສດັ່ງກ່າວເປັນທີ່ຢູ່ອາໄສທາງລັດຖະການ ຫຼື ສະຖານທູດທີ່ຈັດໄວ້ໃຫ້ເຈົ້າໜ້າທີ່ລະດັບສູງຂອງລັດ
- ການແບ່ງປັນເນື້ອຫາບາງສ່ວນທີ່ຢູ່ອາໄສສ່ວນຕົວຂອງຜູ້ອື່ນ (ຍົກເວັ້ນກໍລະນີທີ່ຢູ່ອາໄສດັ່ງກ່າວເປັນທີ່ຢູ່ອາໄສທາງລັດຖະການ ຫຼື ສະຖານທູດທີ່ຈັດໄວ້ໃຫ້ເຈົ້າໜ້າທີ່ລະດັບສູງຂອງລັດ):
- ເມື່ອແບ່ງປັນໃນບໍລິບົດການຈັດການປະທ້ວງ ຫຼື ການເຝົ້າລະວັງຂອງຜູ້ຢູ່ອາໄສ ແລະ ທີ່ຕັ້ງຂອງທີ່ຢູ່ອາໄສແມ່ນຖືກລະບຸດ້ວຍສິ່ງໃດໜຶ່ງຕໍ່ໄປນີ້:
- ຖະໜົນ
- ເມືອງ ຫຼື ຄຸ້ມບ້ານ (ສະເພາະເມືອງທີ່ມີຜູ້ຢູ່ອາໄສໜ້ອຍກວ່າ 50.000 ຄົນ)
- ລະຫັດໄປສະນີ
- ປັກໝຸດ GPS ຫຼື ປັກໝຸດຢູ່ແຜນທີ່ລະບຸສິ່ງໃດໜຶ່ງເຫຼົ່ານີ້ (ເຖິງແມ່ນວ່າປັກໝຸດຈະຢູ່ລິ້ງນອກແພລັດຟອມກໍຕາມ)
- ຮູບພາບທີ່ສະແດງມຸມມອງພາຍນອກຂອງທີ່ຢູ່ອາໄສສ່ວນຕົວ ຫາກເປັນໄປຕາມເງື່ອນໄຂທັງໝົດຕໍ່ໄປນີ້:
- ທີ່ຢູ່ອາໄສເປັນເຮືອນຄອບຄົວດ່ຽວ ຫຼື ໝາຍເລກຫ້ອງ/ຊື່ຕຶກຂອງຜູ້ຢູ່ອາໄສທີ່ມີການລະບຸໃນຮູບ/ຄຳບັນຍາຍ.
- ທີ່ຕັ້ງຂອງທີ່ຢູ່ອາໄສແມ່ນຖືກລະບຸດ້ວຍສິ່ງໃດໜຶ່ງຕໍ່ໄປນີ້:
- ຖະໜົນ
- ເມືອງ ຫຼື ຄຸ້ມບ້ານ (ສະເພາະເມືອງທີ່ມີຜູ້ຢູ່ອາໄສໜ້ອຍກວ່າ 50.000 ຄົນ)
- ລະຫັດໄປສະນີ
- ປັກໝຸດ GPS ຫຼື ປັກໝຸດຢູ່ແຜນທີ່ລະບຸສິ່ງໃດໜຶ່ງເຫຼົ່ານີ້ (ເຖິງແມ່ນວ່າປັກໝຸດຈະຢູ່ລິ້ງນອກແພລັດຟອມກໍຕາມ)
- ເນື້ອຫາລະບຸຜູ້ຢູ່ອາໄສ.
- ບໍ່ວ່າຜູ້ຢູ່ອາໄສຈະຄັດຄ້ານການເປີດເຜີຍທີ່ຢູ່ອາໄສສ່ວນຕົວຂອງພວກເຂົາ ຫຼື ມີບໍລິບົດຂອງການປະທ້ວງຕໍ່ຕ້ານຜູ້ຢູ່ອາໄສກໍຕາມ.
- ບໍ່ມີການແບ່ງປັນຮູບພາບທີ່ຢູ່ອາໄສຍ້ອນທີ່ຢູ່ອາໄສນັ້ນເປັນຈຸດສົນໃຈຂອງຂ່າວ (ຍົກເວັ້ນກໍລະນີທີ່ແບ່ງປັນໃນບໍລິບົດຂອງການປະທ້ວງຕໍ່ຕ້ານຜູ້ຢູ່ອາໄສ)
ເນື້ອຫາທີ່ຖາມຫາຂໍ້ມູນຕໍ່ໄປນີ້:
- ການຖາມຫາຂໍ້ມູນທີ່ພັກອາໄສສ່ວນຕົວຂອງຜູ້ອື່ນ (ຍົກເວັ້ນກໍລະນີທີ່ຢູ່ອາໄສດັ່ງກ່າວເປັນທີ່ຢູ່ອາໄສທາງລັດຖະການ ຫຼື ສະຖານທູດທີ່ຈັດໄວ້ໃຫ້ເຈົ້າໜ້າທີ່ລະດັບສູງຂອງລັດ)
- ເນື້ອຫາທີ່ຖາມຫາທີ່ຕັ້ງຂອງບ່ອນຫຼົບໄພ ຫຼື ການເປີດເຜີຍຂໍ້ມູນກ່ຽວກັບບ່ອນຫຼົບໄພໂດຍການແບ່ງປັນຂໍ້ມູນຕ່າງໆຢູ່ດ້ານລຸ່ມ (ຍົກເວັ້ນກໍລະນີທີ່ບ່ອນຫຼົບໄພມີການປະຊາສຳພັນຂໍ້ມູນກ່ຽວກັບບ່ອນພັກຂອງພວກເຂົາເປັນປະຈຳຢູ່ແລ້ວ)
- ທີ່ຢູ່ຕົວຈິງ (ໝາຍເຫດ: ອະນຸຍາດໃຫ້ໃຊ້ໄດ້ສະເພາະ "ຕູ້ໄປສະນີເທົ່ານັ້ນ")
- ຮູບຂອງບ່ອນຫຼົບໄພ
- ເມືອງ/ເຂດໃກ້ຄຽງຂອງບ່ອນຫຼົບໄພທີ່ສາມາດລະບຸຕົວຕົນໄດ້
- ຂໍ້ມູນທີ່ເປີດເຜີຍຕົວຕົນຂອງຜູ້ອາໄສຢູ່ບ່ອນຫຼົບໄພ
ຂໍ້ມູນທາງການແພດ
- ເນື້ອຫາທີ່ແບ່ງປັນ ຫຼື ຖາມຫາຂໍ້ມູນທາງການແພດ, ຈິດຕະວິທະຍາ, ຊີວະມິຕິ ຫຼື ກຳມະພັນຂອງຜູ້ອື່ນ (ເຊິ່ງລວມເຖິງການສະແດງເປັນພາບ ຫຼື ແບ່ງປັນຜ່ານສຽງ ຫຼື ວິດີໂອ) ເມື່ອເຫັນໄດ້ຢ່າງຊັດເຈນວ່າ ຂໍ້ມູນດັ່ງກ່າວມາຈາກບັນທຶກທາງການແພດ ຫຼື ເອກະສານທາງການອື່ນໆ.
ຂໍ້ມູນທາງການເງິນ
- ການແບ່ງປັນເນື້ອຫາ ຫຼື ການຮ້ອງຂໍຂໍ້ມູນທາງດ້ານການເງິນສ່ວນຕົວກ່ຽວກັບໂພສເຕີ ຫຼື ອື່ນໆ, ກໍານົດເປັນຂໍ້ມູນກ່ຽວກັບການເງິນສ່ວນບຸກຄົນຂອງບຸກຄົນ ລວມທັງ:
- ບັນທຶກທາງການເງິນ ຫຼື ໃບແຈ້ງຍອດທີ່ບໍ່ເປີດເຜີຍຕໍ່ສາທາລະນະ.
- ໝາຍເລກບັນຊີທະນາຄານພ້ອມລະຫັດຄວາມປອດໄພ ຫຼື PIN.
- ຂໍ້ມູນວິທີການຈ່າຍເງິນດິຈິຕອນພ້ອມລາຍລະອຽດການເຂົ້າສູ່ລະບົບ, ລະຫັດຄວາມປອດໄພ ຫຼື PIN.
- ຂໍ້ມູນບັດເຄຣດິດ ຫຼື ເດບິດພ້ອມວັນທີໝົດອາຍຸ ຫຼື ລະຫັດຄວາມປອດໄພ ຫຼື PIN.
- ການແບ່ງປັນເນື້ອຫາ ຫຼື ການຮ້ອງຂໍຂໍ້ມູນທາງດ້ານການເງິນທີ່ບໍ່ແມ່ນສາທາລະນະຂອງທຸລະກິດ ຫຼື ອົງການຈັດຕັ້ງ, ກໍານົດເປັນຂໍ້ມູນກ່ຽວກັບທຸລະກິດ ຫຼື ການເງິນຂອງອົງກອນ, ຍົກເວັ້ນກໍລະນີທີ່ອົງການຈັດຕັ້ງດັ່ງກ່າວເປັນຜູ້ແບ່ງປັນດ້ວຍຕົນເອງໃນເບື້ອງຕົ້ນ (ເຊິ່ງລວມເຖິງການແບ່ງປັນໃນພາຍຫຼັງໂດຍມີບໍລິບົດເດີມຢ່າງຄົບຖ້ວນ) ຫຼື ແບ່ງປັນຕາມຂໍ້ກຳນົດການລາຍງານສາທາລະນະ (ຕົວຢ່າງ: ຕາມການກຳນົດຂອງຕະຫຼາດຫຼັກຊັບ ຫຼື ໜ່ວຍງານຄຸ້ມຄອງ), ເຊິ່ງລວມເຖິງ:
- ບັນທຶກ ຫຼື ເອກະສານລາຍງານທາງການເງິນທີ່ບໍ່ເປີດເຜີຍຕໍ່ສາທາລະນະ
- ໝາຍເລກບັນຊີທະນາຄານພ້ອມກັບລະຫັດຄວາມປອດໄພ ຫຼື PIN.
- ຂໍ້ມູນວິທີການຈ່າຍເງິນດິຈິຕອນພ້ອມກັບລາຍລະອຽດການເຂົ້າສູ່ລະບົບ, ລະຫັດຄວາມປອດໄພ ຫຼື PIN.
ຂໍ້ມູນທີ່ໄດ້ມາຈາກແຫຼ່ງຂໍ້ມູນທີ່ແຮັກມາ
- ເນື້ອຫາທີ່ອ້າງສິດ ຫຼື ຢືນຢັນວ່າມາຈາກແຫຼ່ງຂໍ້ມູນທີ່ຖືກແຮັກ, ບໍ່ວ່າບຸກຄົນທີ່ໄດ້ຮັບຜົນກະທົບຈະເປັນບຸກຄົນສາທາລະນະ ຫຼື ບຸກຄົນທົ່ວໄປກໍຕາມ.
ເນື້ອຫາຕໍ່ໄປນີ້ອາດຖືກລຶບອອກນຳ:
- ຮູບ ຫຼື ວີດີໂອການລາຍງານຂອງຜູ້ຄົນທີ່ບຸກຄົນທີ່ປະກົດໃນຮູບແມ່ນ:
- ເດັກເຍົາໄວ ທີ່ມີອາຍຸຕ່ຳກວ່າ 13 ປີ ແລະ ເນື້ອຫາຖືກລາຍງານໂດຍເດັກເຍົາໄວ ຫຼື ພໍ່ແມ່ ຫຼື ຜູ້ປົກຄອງຕາມກົດໝາຍ.
- ເດັກເຍົາໄວ ທີ່ມີອາຍຸລະຫວ່າງ 13 ຫາ 18 ປີ ແລະ ເນື້ອຫາຖືກລາຍງານໂດຍເດັກເຍົາໄວ .
- ຜູ້ໃຫຍ່, ໃນກໍລະນີທີ່ເນື້ອຫາຖືກລາຍງານໂດຍຜູ້ໃຫຍ່ທີ່ຢູ່ນອກສະຫະລັດ ແລະ ກົດໝາຍທີ່ກ່ຽວຂ້ອງອາດໃຫ້ສິດໃນການລຶບອອກໄດ້.
- ໃຜກໍຕາມທີ່ບໍ່ມີຄວາມສາມາດ ແລະ ບໍ່ສາມາດລາຍງານເນື້ອຫາດ້ວຍຕົວເອງໄດ້.
ສຳລັບມາດຕະຖານຊຸມຊົນຕໍ່ໄປນີ້, ພວກເຮົາຕ້ອງການຂໍ້ມູນເພີ່ມເຕີມ ແລະ/ຫຼື ບໍລິບົດເພື່ອບັງຄັບໃຊ້:
- ລາຍລະອຽດຂອງບຸກຄົນ ແລະ ສະຖານທີ່ທາງການແພດ, ກໍານົດເປັນເນື້ອຫາທີ່ສະແດງບຸກຄົນຢູ່ໃນສະຖານທີ່ທາງການແພດ ຫຼື ສຸຂະພາບ ຫຼື ສ່ວນບຸກຄົນ ຫຼື ຜູ້ນ້ອຍທີ່ເຂົ້າມາ ຫຼື ອອກຈາກສະຖານທີ່ທາງການແພດ ຫຼື ສຸຂະພາບ ແລະ ລາຍງານໂດຍ:
- ບຸກຄົນໃນຮູບ
- ການເປັນຕົວແທນຂອງບຸກຄົນໃນຮູບ
- ສະຖານທີ່ທາງການແພດ ຫຼື ສຸຂະພາບທີ່ມີຄວາມຮັບຜິດຊອບໃນການດູແລຂອງບຸກຄົນໃນຮູບພາບ, ຫຼື
- ສະຖານທີ່ທາງການແພດ ຫຼື ສຸຂະພາບທີ່ຈ້າງຄົນໃນຮູບພາບ
- ແຫຼ່ງຂໍ້ມູນທີ່ອ້າງວ່າຈະເປີດເຜີຍຂໍ້ມູນທີ່ບໍ່ເປີດເຜີຍຕໍ່ສາທາລະນະ ເຊິ່ງກ່ຽວຂ້ອງກັບການເລືອກຕັ້ງທີ່ແບ່ງປັນເປັນສ່ວນໜຶ່ງຂອງການດຳເນີນການທີ່ໄດ້ຮັບອິດທິພົນຈາກລັດຖະບານຕ່າງປະເທດ.
- ພວກເຮົາລຶບການລາຍງານກ່ຽວກັບການຮົ່ວໄຫຼດັ່ງກ່າວຈາກໜ່ວຍງານສື່ທີ່ຖືກຄວບຄຸມໂດຍລັດຈາກປະເທດທີ່ຢູ່ເບື້ອງຫຼັງການຮົ່ວໄຫຼ.
ປະສົບການຜູ້ໃຊ້
ເບິ່ງບາງຕົວຢ່າງຂອງການບັງຄັບໃຊ້ວ່າມີລັກສະນະແນວໃດສຳລັບຄົນຢູ່ໃນ Facebook ເຊັ່ນ: ການລາຍງານບາງສິ່ງທີ່ທ່ານບໍ່ຄິດວ່າຄວນຈະມີຢູ່ໃນ Facebook ແມ່ນຈະມີລັກສະນະແນວໃດ, ເພື່ອບອກໃຫ້ຮູ້ວ່າທ່ານໄດ້ລະເມີດມາດຕະຖານຊຸມຊົນຂອງພວກເຮົາ ແລະ ເບິ່ງໜ້າຈໍຄຳເຕືອນສຳລັບເນື້ອຫາບາງຢ່າງ.
ໝາຍເຫດ: ພວກເຮົາກຳລັງປັບປຸງຢູ່ສະເໝີ, ດັ່ງນັ້ນສິ່ງທີ່ທ່ານເຫັນຢູ່ນີ້ອາດຈະຊັກຊ້າເລັກນ້ອຍ ເມື່ອທຽບກັບສິ່ງທີ່ພວກເຮົາໃຊ້ໃນປັດຈຸບັນ.
ປະສົບການຜູ້ໃຊ້
ການລາຍງານ
ປະສົບການຜູ້ໃຊ້
ການສື່ສານຫຼັງການລາຍງານ
ປະສົບການຜູ້ໃຊ້
ປະສົບການການລຶບອອກ
ປະສົບການຜູ້ໃຊ້
ໜ້າຈໍຄຳເຕືອນ
ການບັງຄັບໃຊ້
ພວກເຮົາມີນະໂຍບາຍດຽວກັນທົ່ວໂລກສໍາລັບທຸກຄົນໃນ Facebook.
ທີມງານກວດສອບ
ທີມງານກວດສອບທົ່ວໂລກຂອງພວກເຮົາຫຼາຍກວ່າ 15,000 ຄົນເຮັດວຽກທຸກໆມື້ ເພື່ອເຮັດໃຫ້ຄົນທີ່ຢູ່ໃນ Facebook ມີຄວາມປອດໄພ.
ການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງ
ຜູ້ຊ່ຽວຊານ, ນັກວິຊາການ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ຜູ້ສ້າງນະໂຍບາຍຈາກພາຍນອກຊ່ວຍແຈ້ງມາດຕະຖານຊຸມຊົນຂອງ Facebook.
ຂໍຄວາມຊ່ວຍເຫຼືອກ່ຽວກັບການລະເມີດຄວາມເປັນສ່ວນຕົວ
ສຶກສາວ່າທ່ານສາມາດເຮັດຫຍັງໄດ້ ຖ້າທ່ານເຫັນບາງສິ່ງຢູ່ Facebook ທີ່ຂັດກັບມາດຕະຖານຊຸມຊົນຂອງພວກເຮົາ.
ເຂົ້າເບິ່ງສູນການຊ່ວຍເຫຼືອຂອງພວກເຮົາ